ສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ
ສັນຕິພາບ ເອກະລາດ
ປະຊາທິປະໄຕ ເອກະພາບ ວັດຖະນາຖາວອນ
ເມືອງ: ລ້ອງແຈ້ງ
ບ້ານ: ນາໄຊສະຫວ່າງ
ໜ່ວຍ 2
ໃບຄຳຮ້ອງຂໍລາພັກຮຽນ
-
ຮຽນ: ທ່ານຫົວໜ້າອຳນວຍການໂຮງຮຽນມັດທະຍົມຕອນຕົ້ນບ້ານນາໄຊສະຫວ່າງ
-
ເລື່ອງ: ຂໍລາພັກ
-
ອີງຕາມ: ນະໂຍບາຍຂອງພັກ ແລະ ລັດ ທີ່ມີຕໍ່ພັກນັກງານ-ລັດຖະກອນ
ຊື່ ແລະ ນາມສະກຸນ: ນາງ ສອນເພັດ ອາຍຸ 24ປີ ສັນຊາດລາວ ຊົນຊັ້ນລາວ ອາຊີບ ພະນັກງານຄູ
ປັດຈຸບັນຢູ່ບ້ານ ນາໄຊສະຫວ່າງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ.
ຂໍຖືເປັນກຽດອັນແຮງກ້າ ແລະ ສູງສົ່ງມາຍັງທ່ານ
ເຮົາເອງມີຈຸປະສົງ: ເລື່ອງເກີດລູກ ຈະຂໍລາພັກຮຽນ ເລີ່ມແຕ່ ວັນທີ……../……./………ຫາວັນທີ……/…...../……….ຈະກັບມາປະຈຳການປົກກະຕິ
ຕໍ່ໜ້າທີ່ການຈັດຕັ້ງກໍ່ຄືຕໍ່ໜ້າພັກ ແລະ ລັດເຮົາເອງຂໍປະຕິຍານຕົວດັ່ງນີ້:
-
ຈະປະຕິບັດຕາມຄຳສັ່ງຂອງພັກ ແລະ ລັດວາງອອກຢ່າງເຂັ້ມງວດ
-
ຈະເອົາໃຈໃສ່ຕໍ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ ບໍ່ວ່າວຽກໜັກ ຫຼື ເບົາ
-
ຈະຂໍຮຳຮຽນ ຖອດຖອນບັດຮຽນນຳຜູ້ທີ່ກ້າວໜ້າເພື່ອສ້າງຕົນໃຫ້ເປັນຄົນດີໃນສັງຄົມ
-
ຈະສ້າງຄວາມຮັກແພງສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນໃນໝູ່ກໍ່ຄືເພື່ອນຮ່ວມງານດ້ວຍກັນ.
(ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖືເປັນຢ່າງສູງ)
ທີ່ບ້ານ ນາໄຊສະຫວ່າງ ວັນທີ...../....../..........
ຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງລ້ອງແຈ້ງ ຫົວໜ້າອຳນວຍການໂຮງຮຽນມໍຕົ້ນນາໄຊສະຫວ່າງ ຜູ້ຮ້ອງຂໍ
ไม่มีความคิดเห็น:
แสดงความคิดเห็น